ຫວຽດນາມ-ອີຢູ-ແບນຊິກ ຊຸກຍູ້ການຮ່ວມມືສີຂຽວແບບຍືນຍົງ
ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃຫ້ຮູ້ໃນວັນທີ 1 ກຸມພາ 2024 ນີ້ວ່າ: ກອງປະຊຸມ ລັດຖະມົນຕີກະຊວງການຕ່າງປະເທດ ອາ
ຊຽນ-ສະຫະພາບເອີຣົບ (EU) ຄັ້ງທີ 24 (AEMM) ກຳລັງດຳເນີນຢູ່ ແບນຊິກ.
ໃນກອງປະຊຸມ, ທ່ານ ບຸຍ ແທັງ ເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ກ່າວເນັ້ນໜັກວ່າ: ການ ຫັນເປັນສີຂຽວ
ແມ່ນໜຶ່ງໃນບັນດາຂົງເຂດວຽກງານຈຸດສຸມ ທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດ ແລະ ໄດ້ຮັບບຸລິມະສິດສູງ ໃນການຮ່ວມມືລະຫວ່າງ ຫວຽດ
ນາມ-ອີຢູ. ການຮ່ວມມືການຫັນເປັນສີຂຽວ ກໍ່ມີລັກສະນະຮອບດ້ານດ້ວຍຫຼາຍຂົງເຂດວຽກງານທີ່ສຳຄັນ ໃນບຸລິມະສິດພັດທະນາ ຂອງ ສສ
ຫວຽດນາມ ເຊັ່ນ: ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດດີຈີຕອນ, ເສດຖະກິດທະເລ. ສຳລັບ ອີຢູ ແລ້ວ, ນີ້ແມ່ນຂົງເຂດ
ວຽກງານທີ່ອາດຈະເປັນທ່າແຮງແຖວໜ້າເລີຍກໍວ່າໄດ້.
ທ່ານ ຫງວຽນ ວັນ ຖ້າວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳແບນຊິກ, ລຸກຊຳບວກ ທັງເປັນຫົວໜ້າຄະນະຜູ້ຕາງໜ້າ ຫວຽດ
ນາມ ປະຈຳ ອີຢູ ໃຫ້ຮູ້ວ່າ: ໃນໂອກາດທີ່ເດີນທາງໄປເຂົ້າກອງປະຊຸມຄັ້ງນີ້, ທ່ານ ບຸຍ ແທັງ ເຊີນ ຍັງໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ປະ
ເທດ ແບນຊິກ ອີກ. ເຊິ່ງໃນການຢ້ຽມຢາມປະເທດດັ່ງກ່າວ ໄດ້ມີການເຄື່ອນໄຫວເຊື່ອມຕໍ່ວຽກງານດ້ານເສດຖະກິດ, ສົ່ງເສີມການຄ້າ, ການ
ລົງທຶນເປັນຈຳນວນຫຼາຍ. ໃນໄລຍະຜ່ານມາການຮ່ວມມືສອງຝ່າຍໃນດ້ານວຽກງານຕ່າງໆ ຖືເປັນພື້ນຖານອັນໝັ້ນແກ່ນ ເພື່ອໃຫ້ສອງຝ່າຍ
ຂຸດຄົ້ນຄວາມສາມາດບົ່ມຊ້ອນ ໃນການຮ່ວມມືຢ່າງມີປະສິດທິຜົນ. ປັດຈຸບັນ, ແບນຊິກ ແມ່ນຄູ່ຮ່ວມມືຍຸດທະສາດຂອງ ສສ ຫວຽດນາມ
ໃນຂົງເຂດວຽກງານດ້ານເສດຖະກິດ. ນອກຈາກດ້ານການກະສິກຳ, ແບນຊິກ ຖືວ່າເປັນປະເທດໜຶ່ງທີ່ມີທ່າແຮງ ທາງດ້ານພື້ນຖານໂຄງລ່າງ,
ທ່າກຳປັ່ນ, ພະລັງງານອາຍແກ໊ສໄຮໂດຣເຈນ, ການແພດ ແລະ ການຢາ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 07/02/2024